ໜ້າຫຼັກ

 ບົດຫຍໍ້ບໍລິສັດ
 ຜະລິດຕະພັນ
 ທີ່ຕັ້ງ SKL

 
 
 

ຜະລິດຕະພັນ





 

ຫີນປູນ

ຫີນປູນບົດ

 
 
 

 

 

 ຜະລິດຕະພັນ

   ສັງກະສີ ແຜ່ນລຽບ ແລະ ແຜ່ນຮ່ອງ "ກາຫ່ານ" ເປັນ ຜະລິດຕະພັນ ຂອງ ບໍລິສັດ ທີ່ມີຄຸນນະພາບສູງ ແລະ ເປັນທີ່ນິຍົມຊົມຊອບ ມາຕັ້ງແຕ່ດຶກດຳບັນ ເພາະວ່າ ເປັນຜະລິດຕະພັນ ແລະ ເຄື່ອງໝາຍການຄ້າທີ່ມີຊື່ສຽງ ແລະ ເປັນທີ່ຮັບຮູ້ຈາກຜູ້ຊົມໃຊ້ໃນລາວມາ ຫຼາຍສີບປີ.

ຜະລິດຕະພັນຂອງບໍລິສັດ ລວມມີ:

- ສັງກະສີ ຮ່ອງນ້ອຍ
- ສັງກະສີ ຮ່ອງໃຫຍ່
- ສັງກະສີ ແຜ່ນລຽບ
- ແຜ່ນເຄືອບສີຮ່ອງອີຄອນເດັກ (Econdeck)

   ໃນປີ 2010 ບໍລິສັດ ສັນຕິພາບ ສັງກະສີ ລາວ ຈຳກັດ ໄດ້ສຶກສາຄົ້ນຄວ້າຄວາມສາມາດ, ທ່າແຮງ ໃນການນຳໃຊ້ ແຮ່ຢີບຊຳເຂົ້າໃນການປຸງແຕ່ງ ເປັນຜະລິດຕະພັນສຳເລັດຮູບອອກຮັບໃຊ້ສັງຄົມ ເພື່ອທົດແທນ ການນຳເຂົ້າ ແລະ ສົ່ງອອກ ໄປຍັງປະເທດເພື່ອນບ້ານ. ສະນັ້ນ, ຜູ້ບໍລິຫານຈຶ່ງໄດ້ຕັດສິນໃຈສ້າງຕັ້ງໂຮງງານ ປຸງແຕ່ງຂຶ້ນ ໂດຍໃສ່ຊື່ວ່າ: ບໍລິສັດ ຜະລິດຕະພັນ ສະຫວັນຢີບຊຳ ຈຳກັດ (Savan Gypsum Products Co.,Ltd)

    ບໍລິສັດ ຜະລິດຕະພັນ ສະຫວັນຢີບຊຳ ຈຳກັດ ຈຶ່ງເປັນ ບໍລິສັດ ໃນເຄືອຂອງ ບໍລິສັດ ສັນຕິພາບ ສັງກະສີ ລາວ ຈຳກັດ, ເຊິ່ງໄດ້ເລີ່ມສຶກສາກ່ຽວກັບແຮ່ທາດມາຕັ້ງແຕ່ ປີ 2007 ເຊິ່ງມີແຫຼ່ງວັດຖຸດິບ ຄື: ບໍ່ຫີນກາວ (ຫຼື Gypsum mine) ທີ່ຕັ້ງຢູ່ ບ້ານ ເຫຼົ່າໝາກຂ່າ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. ໃນເນື້ອທີ່ ສຳປະທານ 436 ເຮັກຕາ ຫຼື 4,360,000 ຕາແມັດ.

* Web site: https://www.diamond-plaster.com

 

ບໍລິສັດ ຜະລິດຕະພັນ ສະຫວັນຢິບຊໍາ ຈໍາກັດ ສະໜອງຜະລິດຕະພັນສູ່ຕະຫຼາດ ດັ່ງນີ້:

v  ຜະລິດແຮ່ຢີບຊໍາສົ່ງໃຫ້ໂຮງງານຊີມັງພາຍໃນແລະ ສົ່ງອອກໄປຕ່າງປະເທດ.

v  ຜະລິດປູນຢີບຊໍາ ເພື່ອສະໜອງໃຫ້ໂຮງງານພາຍໃນແລະຕ່າງປະເທດ.

v  ໃນຕໍ່ໜ້າ, ບໍລິສັດ ຈະຜະລິດ ແຜ່ນຢີບຊຳ ເພື່ອສະໜອງໃຫ້ແກ່ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນບັນດາປະເທດໃກ້ຄຽງ.

ແຮ່​ຢີບຊໍາ (Gypsum Rock)

 

 » ຄົ້ນຫາຜ່ານ Google:


 » ຕົວແທນຈຳໜ່າຍ

ນະຄອນຫຼວງວຽງຈັນ
ບໍລິຄຳໄຊ
ຄຳມ່ວນ
ສະຫວັນນະເຂດ
ຈຳປາສັກ
ອັດຕະປື
ຜົ້ງສາລີ
ຫຼວງນ້ຳທາ
ອຸດົມໄຊ
ຫຼວງພະບາງ
ຫົວພັນ
ໄຊຍະບູລີ
ຊຽງຂວາງ
ແຂວງວຽງຈັນ

ຕິດຕໍ່ພວກເຮົາ


Tel: (+856-21) 413325, 450503, Fax: 414119
E-mail: info@sangkasilao.com


santiphabsangkasilao

 

 

 
 
 

Copyright ® 2019 Santiphab Sangkasi Lao Co., Limited (SKL). All rights reserved.
Created by : EasyWinHOST